"ໂລກທີ່ຈິງບໍ່ມີເມືອງສະຫວັນ"
ຕອນຍັງນ້ອຍເຮົາເຄີຍໄດ້ຍິນວ່າ
"ເທວະດາຢູ່ເມືອງບົນ
ຄົນຢູ່ເມືອງລຸ່ມ"
ທ້ອງຟ້າສີຟ້າຄາມນັ້ນ ຄືເມືອງຂອງເທວະດາຟ້າແຖນອາໄສຢູ່.
ຂ້ອຍມີຄວາມໃຝ່ຝັນທີ່ຈະໄປເຖິງຈຸດນັ້ນ
ບ່ອນທີ່ມີເທບເທວາອາໄສຢູ່
ຢາກຈະໄປເບິ່ງເທວະດາ
ຢາກເຫັນນາງຟ້າທີ່ເຂົາລໍ້າລືວ່າງາມໆ
ຂະໜາດນາງສາວລາວຍັງບໍ່ທຽບເຖິງໄດ້
ແລ້ວວັນໜຶ່ງ ຂ້ອຍກໍມີໂອກາດໄດ້ໄປເຖິງຈຸດນັ້ນ
ບ່ອນທີ່ມີທ້ອງຟ້າສີຄາມ
ເມື່ອຂ້ອຍໄດ້ຂຶ້ນເຄື່ອງບິນຈາກກຸງເທບເຖິງຮ່ອງກົງ
ເມື່ອເຄື່ອງບິນເຄື່ອນຂຶ້ນສູ່ເວຫາອາກາດ
ຂ້ອຍສຸດແສນຕື່ນເຕັ້ນດີໃຈ
ຈະໄດ້ພົບນາງຟ້າ ແລະພະອິນ
ແຕ່ເມື່ອບິນຂຶ້ນສູງໆໄປ
ຜ່ານພູເຂົາສູງຊັນເສດຟ້າ
ຜ່ານມວນເມກເຝື້ອທີ່ໄຫຼລອຍຕາມເວຫາ
ບິນຂຶ້ນສູງທໍ່ໃດ
ກໍຍີ່ງພົບເຫັນແຕ່ຄວາມອ້າງວ້າງຂອງທ້ອງຟ້າ
ແນມຫາເມືອງຟ້າທີ່ພະອິນອາໄສຢູ່ນັ້ນບໍ່ມີ
ຈົນສຸດທ້າຍເຄື່ອງບິນກໍລົງຈອດທີ່ສະໜາມບິນ
ສະຫຼຸບແລ້ວ ຂ້ອຍຜິດຫວັງຢ່າງແຮງ
ໂດຍ:ຫົວໃຈ
ไม่มีความคิดเห็น:
แสดงความคิดเห็น